ພິທີມອບໃບຍ້ອງຍໍຜົນງານປະກອບສ່ວນເຄືຶ່ອນໄຫວວຽກງານພັດທະນາກຳມະບານດີເດັ່ນ ປະຈຳປີ 2022 ຂອງຮາກຖານກຳມະບານກົມຄື້ນຄວາມຖີ່ວິທະຍຸສື່ສານ
12/05/2023

ວັນທີ 12 ພຶດສະພາ 2023 ເວລາ 11:50 ໂມງ, ຮາກຖານກຳມະບານກົມຄື້ນຄວາມຖີ່ວິທະຍຸສື່ສານ ໄດ້ຈັດພິທີມອບໃບຍ້ອງຍໍຜົນງານປະກອບສ່ວນເຄືຶ່ອນໄຫວວຽກງານພັດທະນາກຳມະບານດີເດັ່ນ ປະຈຳປີ 2022 ຂອງກຳມະບານຮາກຖານກຳມະບານກົມຄື້ນຄວາມຖີ່ວິທະຍຸສື່ສານ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ເລຂາໜວ່ຍພັກກົມຄື້ນຄວາມຖີ່ວິທະຍຸສື່ສານ ແລະ ໃຫ້ ກຽດມອບໃບຍ້ອງຍໍ ໂດຍສະຫາຍ ປອ. ວິທະຍາ ໄຊວິດສິດ ຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງ ຕສ, ປະທານຮາກຖານກຳມະບານກົມຄື້ນຄວາມຖີ່ວິທະຍຸສື່ສານ.ສະມາຊິກຮາກຖານກຳມະບານກົມຄື້ນຄວາມຖີ່ວິທະຍຸສື່ສານໄດ້ຮັບໃບຍ້ອງຍໍຜົນງານປະກອບສ່ວນເຄືຶ່ອນໄຫວວຽກງານພັດທະນາກຳມະບານດີເດັ່ນ ປະຈຳປີ 2022 ລວມທັງໝົດ ຈຳນວນ 30 ສະຫາຍ.
ພາບ ແລະ ຂ່າວໂດຍ: ວິໄລຈິດ ພັນລັດດີ