16/03/2023

ໃນລະຫວ່າງວັນທີ 16-18 ມີນາ 2023 ຜ່ານມານີ້, ກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາ ກ່ຽວກັບວຽກງານຄຸ້ມຄອງອຸປະກອນໂທລະຄົມ ແລະ ໄອທີຊີ, ແລະ ວຽກງານຄຸ້ມຄອງຄວາມປອດໄພດ້ານຄວາມແຮງທົ່ງແມ່ເຫຼັກໄຟຟ້າ ຂອງສະຖານີຮັບສົ່ງສັນຍານໂທລະສັບເຄື່ອນທີ່ ໃຫ້ກັບບັນດາກະຊວງ/ທຽບເທົ່າ, ບັນດາພະແນກ ຕສ ແຂວງ ທົ່ວປະເທດ ແລະ ບັນດາບໍລິສັດ ທີ່ກ່ຽວຂ້ອງ ທີ່ເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຄະນະປະຈໍາພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຫົວໜ້າກົມຄື້ນຄວາມຖີ່ວິທະຍຸສື່ສານ, ມີຜູ້ເຂົ້າຮ່ວມຈາກບັນດາກະຊວງ/ທຽບເທົ່າ, ບັນດາພະແນກ ຕສ ແຂວງ ທົ່ວປະເທດ ແລະ ບໍລິສັດ ທີ່ກ່ຽວຂ້ອງ ຈໍານວນທັງໝົດ ຫຼາຍກວ່າ 65 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຄຸ້ມຄອງມາດຕະຖານເຕັກນິກອຸປະກອນ ໂທລະຄົມມະນາຄົມ ແລະ ໄອຊີທີ ທີ່ ຜະລິດ, ນຳເຂົ້າ, ສົ່ງອອກ, ນຳໃຊ້ ແລະ ຈຳໜ່າຍ ໃນ ສປປ ລາວ, ມາດຕະການ ກ່ຽວກັບ ຄວາມແຮງທົ່ງແມ່ເຫຼັກໄຟຟ້າຂອງສະຖານີຮັບສົ່ງສັນຍານໂທລະສັບເຄື່ອນທີ່ ເພື່ອໃຫ້ສອດຄ່ອງກັບມາດຕະຖານຄວາມປອດໄພຂອງການກະຈາຍຄື້ນຄວາມຖີ່ວິທະຍຸສື່ສານ (Radio frequency wave) ຫຼືເອີ້ນວ່າ ຄື້ນແມ່ເຫຼັກໄຟຟ້າ (Electromagnetic wave) ເພື່ອເຮັດໃຫ້ການຄຸ້ມຄອງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ແນໃສ່ຮັບປະກັນວຽກງານດັ່ງກ່າວໃຫ້ມີ ຄຸນນະພາບ, ມີມາດຕະຖານ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ອຸປະກອນ ໂທລະຄົມມະນາຄົມ ແລະ ໄອຊີທີ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ໃນກອງປະຊຸມໄດ້ມີການນໍາສະເໜີ ຂອງວິທະຍາກອນ ຈາກກົມຄື້ນຄວາມຄວາມຖີ່ວິທະຍຸສື່ສານ ຊຶ່ງປະກອບມີ:
- ວຽກງານຄຸ້ມຄອງມາດຕະຖານເຕັກນິກອຸປະກອນຄື້ນຄວາມຖີ່, ໂທລະຄົມມະນາຄົມ ແລະ ໄອຊີທີ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຫຼາຍ ເນື່ອງຈາກ ສປປ ລາວ ເປັນປະເທດນໍາເຂົ້າອຸປະກອນຈາກຕ່າງປະເທດ ເພື່ອຮັບປະກັນວ່າອຸປະກອນດັ່ງກ່າວໄດ້ມາດຕະຖານ, ມີຄຸນນະພາບ, ບໍ່ກໍ່ໃຫ້ເກີດສັນຍານລົບກວນ, ສາມາດເຊື່ອມຕໍ່ເຂົ້າກັບເຄືອຂ່າຍ ແລະ ປອດໄພຕໍ່ຜູ້ຊົມໃຊ້ ມາດຕະຖານສາກົນທີ່ຈໍາເປັນຕ້ອງໄດ້ກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກກ່ອນການນໍາເຂົ້າ ລວມມີ:
- ມາດຕະຖານດ້ານຄື້ນຄວາມຖີ່ວິທະຍຸສື່ສານ (RF);
- ມາດຕະຖານດ້ານຄວາມເຂົ້າກັນໄດ້ທາງແມ່ເຫຼັກໄຟຟ້າ (EMC);
- ມາດຕະຖານດ້ານຄວາມແຮງຂອງທົ່ງແມ່ເຫຼັກໄຟຟ້າ (EMF)
- ມາດຕະຖານດ້ານຄວາມປອດໄພກ່ຽວກັບອັດຕາດູດກືນພະລັງງານຈຳເພາະ (SAR);
- ມາດຕະຖານດ້ານຄວາມປອດໄພທາງໄຟຟ້າ (Electric Safety);
- ມາດຕະຖານດ້ານການເຊື່ອມຕໍ່ (Connection).
- ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ກັບວຽກງານຄຸ້ມຄອງມາດຕະຖານເຕັກນິກ ຊຶ່ງໄດ້ແກ່:
- ກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ເລກທີ 17/ສພຊ, ລົງວັນທີ 05/05/2017;
- ກົດໝາຍ ວ່າດ້ວຍການໂທລະຄົມມະນາຄົມ ເລກທີ 05/ສພຊ, ລົງວັນທີ 16/11/2021;
- ກົດໝາຍ ວ່າດ້ວຍມາດຕະຖານ (ສະບັບປັບປຸງ) ເລກທີ 49/ສພຊ, ລົງວັນທີ 18/07/2014;
- ລັດຖະບັນຍັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ເລກທີ 002/ປປທ, ລົງວັນທີ 17/06/2021;
- ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງມາດຕະຖານເຕັກນິກອຸປະກອນ ໂທລະຄົມມະນາຄົມ ແລະ ໄອຊີທີ ເລກທີ 3583/ກຕສ, ລົງວັນທີ 13/12/2022;
- ຮ່າງຂໍ້ຕົກລົງ ວ່າດ້ວຍກາໝາຍຢັ້ງຢືນທາງດ້ານເຕັກນິກ
- ຮ່າງຂໍ້ຕົກລົງວ່າດ້ວຍລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການເຕັກນິກຕໍ່ການຄ້າ (TBT)
- ແຈ້ງການຂອງກະຊວງ ຕສ ກ່ຽວກັບການນໍາເຂົ້າ, ການກວດກາ ແລະ ການຢັ້ງຢືນມາດຕະຖານເຕັກນິກ ອຸປະກອນໂທລະຄົມມະນາຄົມ ແລະ ໄອຊີທີ ເລກທີ 158/ຫກ.ກຄຖ, ລົງວັນທີ 23/01/2023;
- ແຈ້ງການ ຂອງກົມພາສີ, ກະຊວງການເງິນ ກ່ຽວກັບການເອົາໃຈໃສ່ຄຸ້ມຄອງກວດກາໃບຢັ້ງຢືນມາດຕະຖານເຕັກນິກອຸປະກອນໂທລະຄົມມະນາຄົມ ແລະ ໄອຊີທີ ເລກທີ 00889/ກພສ, ລົງວັນທີ 13/02/2023.
- ການຄຸ້ມຄອງມາດຕະຖານເຕັກນິກອຸປະກອນຄື້ນຄວາມຖີ່, ໂທລະຄົມມະນາຄົມ ແລະ ໄອຊີທີ ໃນ ສປປ ລາວ ແມ່ນອີງໃສ່ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງມາດຕະຖານເຕັກນິກອຸປະກອນ ໂທລະຄົມມະນາຄົມ ແລະ ໄອຊີທີ ເລກທີ 3583/ກຕສ, ລົງວັນທີ 13/12/2022 ເປັນຫຼັກ ຊຶ່ງປະກອບມີທັງໝົດ 47 ມາດຕາ ແລະ 6 ເອກະສານຊ້ອນທ້າຍ ທີ່ມີເນື້ອໃນຄົບຖ້ວນ ແລະ ຊັດເຈນ;
- ກາໝາຍຢັ້ງຢືນທາງດ້ານເຕັກນິກ: ສໍາລັບທຸກໆອຸປະກອນທີ່ຈະນໍາເຂົ້າມາໃນ ສປປ ລາວ ແມ່ນຕ້ອງໄດ້ຮັບການຕິດກາໝາຍ ຈຶ່ງສາມາດນໍາໃຊ້ ແລະ ຈໍາໜ່າຍໄດ້;
- ບັນດາມາດຕະຖານເຕັກນິກຂອງອຸປະກອນຄື້ນຄວາມຖີ່, ໂທລະຄົມມະນາຄົມ ແລະ ໄອຊີທີ ຕາມການກໍານົດຂອງ ITU ຊ່ວຍສ້າງ: ປະກອບມີມາດຕະຖານຫຼັກ ທີ່ຈໍາເປັນ 10 ໝວດໃຫຍ່ ແລະ ມີມາດຕະຖານກ່ຽວກັບ RF, EMC, EMF, SAR ແລະ Electric Safety ຊຶ່ງທຸກໆອຸປະກອນ ຕ້ອງໄດ້ຜ່ານມາດຕະຖານນີ້ ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ມີຄຸນນະພາບ, ໄດ້ມາດຕະຖານສາກົນ ສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ຊົມໃຊ້;
- ເອກະສານຕົວຈິງຂອງວຽກງານຄຸ້ມຄອງມາດຕະຖານເຕັກນິກອຸປະກອນຄື້ນຄວາມຖີ່, ໂທລະຄົມມະນາຄົມ ແລະ ໄອຊີທີ ໄດ້ຍົກໃຫ້ເຫັນເອກະສານຕົວຈິງທີ່ກົມຄື້ນຄວາມຖີ່ວິທະຍຸສື່ສານ ໄດ້ອອກໃຫ້ບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ຊຶ່ງເອກະສານທີ່ນໍາໃຊ້ໃນການພິຈາລະນາອອກໃບຢັ້ງຢືນມາດຕະຖານເຕັກນິກ ທີ່ຄົບຖ້ວນຈະຕ້ອງປະກອບມີ ດັ່ງນີ້:
- ໃບສະເໜີຂໍການຢັ້ງຢືນມາດຕະຖານເຕັກນິກ (ແບບຟອມທີ່ໄດ້ລະບຸໄວ້ໃນເອກະສານຊ້ອນທ້າຍ 1);
- ຜົນການກວດກາມາດຕະຖານເຕັກນິກຕ່າງໆ (Test Report) ຈາກຫ້ອງກວດກາທີ່ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກຳນົດ ຫຼື ຮັບຮອງ;
- ສຳເນົາໃບຮັບຮອງລະບົບດຳເນີນງານຂອງຫ້ອງກວດກາມາດຕະຖານ Accreditation Certificate;
- ຜົນການກວດມາດຕະຖານເຕັກນິກ SAR ຫຼື EMF (ສຳລັບອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ)
- ເອກະສານຂໍ້ກຳນົດທາງດ້ານເຕັກນິກ (Technical Specification) ຂອງອຸປະກອນ ຊຶ່ງປະກອບມີຂໍ້ມູນ ຊື່ອຸປະກອນ, ລຸ້ນ (Model), ໂຮງງານຜະລິດ ແລະ ຂໍ້ກຳນົດທາງດ້ານເຕັກນິກອື່ນ;
- ຄູ່ມືການນຳໃຊ້ (Operation manual/User guide/User manual);
- ອຸປະກອນຕົວຢ່າງຈຳນວນ 1 ເຄື່ອງ (ອຸປະກອນບາງປະເພດທີ່ອົງການຄຸ້ມຄອງວຽກງານມາດຕະຖານເຕັກນິກ ພິຈາລະນາ);
- ຮູບຖ່າຍຂອງອຸປະກອນ;
- ສຳເນົາບັດປະຈຳຕົວ ຫຼື ສຳເນົາໜັງສືຜ່ານແດນ (ສຳລັບຄົນຕ່າງປະເທດ);
- ສຳເນົາທະບຽນວິສະຫະກິດ, ສຳເນົາທະບຽນອາກອນ, ສຳເນົາໃບອະນຸຍາດດຳເນີນທຸລະກິດ ແລະ ເອກະສານອື່ນທີ່ກ່ຽວຂ້ອງ (ສຳລັບນິຕິບຸກຄົນ).
- ການຄຸ້ມຄອງຄວາມປອດໄພດ້ານຄວາມແຮງທົ່ງແມ່ເຫຼັກໄຟຟ້າ ຂອງສະຖານີຮັບສົ່ງສັນຍານໂທລະສັບເຄື່ອນທີ່:
- ເພື່ອແກ້ໄຂບັນຫາຂໍ້ກັງວົນໃຈຂອງປະຊາຊົນ ແລະ ເພີ່ມຄວາມໜັ້ນໃຈໃຫ້ແກ່ປະຊາຊົນທີ່ອາໃສຢູ່ອ້ອມຂ້າງສະຖານີຮັບສົ່ງສັນຍານໂທລະສັບເຄື່ອນທີ່ ທີ່ມີຄວາມກັງວົນວ່າຈະມີຜົນກະທົບຕໍ່ສຸຂະພາບ;
- ເພື່ອຫລຸດຜ່ອນຜົນກະທົບ ແລະ ຫຼຸດຜ່ອນອັນຕະລາຍທີ່ອາດຈະເກີດຂື້ນຕໍ່ກບສຸຂະພາບຂອງປະຊາຊົນ ແລະ ຜູ້ຊົມໃຊ້ໂທລະຄົມຈາກການໄດ້ຮັບຄື້ນຄວາມແຮງທົ່ງແມ່ເຫຼັກໄຟຟ້າຂອງສະຖານີຮັບສົ່ງສັນຍານໂທລະສັບເຄື່ອນທີ່;
- ໃຫ້ແກ່ປະຊາຊົນມີຄວາມເຂົ້າໃຈ ແລະ ເຊື່ອໜັ້ນສູງຕໍ່ກັບການຂະຫຍາຍໂຄງລ່າງພື້ນຖານໂທລະຄົມມະນາຄົມຂອງບໍລິສັດ;
- ການກວດກາຄື້ນຄວາມແຮງທົ່ງແມ່ເຫຼັກໄຟຟ້າຂອງສະຖານີຮັບສົ່ງໂທລະສັບເຄື່ອນທີ່ ແມ່ນເພື່ອໃຫ້ຖືກຕ້ອງຕາມລະບຽບການ ແລະ ຂໍ້ກຳນົດຂອງ ສປປ ລາວ ເປັນຕົ້ນແມ່ນ ນິຕິກຳ ແລະ ກົດໝາຍ ທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວທີ່ຈໍາເປັນຕ້ອງໄດ້ເຜີຍແຜ່ໃຫ້ທຸກພາກສວ່ນໄດ້ຮັບຮູ້.
ກອງປະຊຸມໃນຄັ້ງນີ້ສາມາດບັນລຸຜົນໄດ້ຮັບ ດັ່ງນີ້:
- ສາມາດເພີ່ມເຂົ້າໃຈ ແລະ ກະຈ່າງແຈ້ງໃຫ້ກັບບັນດາກະຊວງ/ທຽບເທົ່າ, ບັນດາພະແນກ ຕສ ແຂວງ ທົ່ວປະເທດ ແລະ ບໍລິສັດ ທີ່ກ່ຽວຂ້ອງ ຊຶ່ງໄດ້ແກ່ ບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ, ບໍລິສັດຜູ້ນໍາເຂົ້າອຸປະກອນ ແລະ ຜູ້ປະກອບການດ້ານການສື່ສານ, ໄອຊີທີ ກ່ຽວກັບການດໍາເນີນເອກະສານການຂໍການຢັ້ງຢືນມາດຕະຖານເຕັກນິກ ແລະ ການປະກອບເອກະສານຕ່າງໆ ເພື່ອໃຫ້ຖືກຕ້ອງຕາມລະບຽບການ;
- ການຢັ້ງຢືນມາດຕະຖານເຕັກນິກ ເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊົມໃຊ້ອຸປະກອນ;
- ຮັບປະກັນ ວ່າກ່ອນການນໍາເຂົ້າອຸປະກອນຄື້ນຄວາມຖີ່, ໂທລະຄົມມະນາຄົມ ແລະ ໄອຊີທີ ບໍລິສັດຕ້ອງໄດ້ມີການຂໍການຢັ້ງຢືນມາດຕະຖານເຕັກນິກ ແລະ ແຈ້ງຄວາມສອດຄ່ອງມາດຕະຖານເຕັກນິກ ເສຍກ່ອນ ຈຶ່ງສາມາດນໍາເຂົ້າໄດ້;
- ກາໝາຍຢັ້ງຢືນທາງດ້ານເຕັກນິກ ບໍ່ສາມາດປອມແປງໄດ້ ຖ້າຫາກຜູ້ປະກອບການໃດລະເມີດ ຈະຕ້ອງໄດ້ມີການສຶກສາອົບຮົມ ແລະ ປັບໃໝ ຕາມລະບຽບການ;
- ການຄຸ້ມຄອງອຸປະກອນຫຼັງໄດ້ຮັບການຢັ້ງຢືນມາດຕະຖານເຕັກນິກ ຕ້ອງໄດ້ມີການເກັບກໍາຂໍ້ມູນ, ການລາຍງານ ແລະ ການລົງກວດກາອຸປະກອນຢູ່ທ້ອງຕະຫຼາດ;
- ເພີ່ມຄວາມເຂົ້າໃຈໃຫ້ແກ່ບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ກ່ຽວກັບເສົາສັນຍານໂທລະສັບເຄື່ອນທີ່ ທີ່ຕ້ອງໄດ້ຮັບປະກັນການເຊື່ອມຕໍ່ເຂົ້າກັບເຄືອຂ່າຍໂທລະຄົມມະນາຄົມ ໃຫ້ຄວາມສອດຄ່ອງລະບຽບການເຕັກນິກຂອງອຸປະກອນໃຫ້ມີຄວາມປອດໄພຕໍ່ມະນຸດ ແລະ ສີ່ງແວດລ້ອມ.
ດາວໂຫຼດບົດນໍາສະເໜີ ແລະ ເອກະສານທີ່ກ່ຽວຂ້ອງ
https://g-drive.gov.la/index.php/s/nRm2iiQ8rj22xCx