ການຢ້ຽມຢາມຂອງຄະນະອຳນວຍການ ອົງການສື່ສານອາວະກາດສາກົນ ອິນເຕີສະປຸດນິກ ແລະ ຄະນະອຳນວຍການ ບໍລິສັດ ການສື່ສານຜ່ານດາວທຽມ ລັດເຊຍ

28/12/2022

ການຢ້ຽມຢາມຂອງຄະນະອຳນວຍການ ອົງການສື່ສານອາວະກາດສາກົນ ອິນເຕີສະປຸດນິກ ແລະ ຄະນະອຳນວຍການ ບໍລິສັດ ການສື່ສານຜ່ານດາວທຽມ ລັດເຊຍ

ໃນລະຫວ່າງວັນທີ 21-26 ທັນວາ 2022 ທີ່ຜ່ານມາ, ທ່ານ ໄຊລືຊາ ອິນສີຊຽງໃໝ່, ຄະນະປະຈຳພັກກະຊວງ, ຫົວໜ້າກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຄະນະໄດ້ຮັບຕ້ອນຄະນະອຳນວຍການຂອງອົງການສື່ສານອາວະກາດສາກົນ ອິນເຕີສະປຸດນິກ ແລະ ຄະນະອຳນວຍການຂອງບໍລິສັດ ການສື່ສານຜ່ານດາວທຽມ ລັດເຊຍ ໄດ້ເດີນທາງມາຮ່ວມງານ ສັບປະດາດິຈີຕອນລາວ ປະຈຳປີ 2022,ໄດ້ເຂົ້າຢ້ຽມຢາມຄະນະນຳກະຊວງ ແລະ ກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ. ນອກນັ້ນ, ກໍ່ຍັງເຂົ້າຢ້ຽມຢາມພົບປະກັບບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດອີກດ້ວຍ.

 

ໃນຕອນເຊົ້າຂອງວັນທີ 26 ທັນວາ 2022 ທີ່ຫ້ອງຮັບເເຂກຂອງກະຊວງເຕັກໂນໂລຊີ ແລະ ການສຶື່ສານ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດຕ້ອນຮັບການຢ້ຽມຢາມຂອງທ່ານ ນາງ Ksenia Drozdova, ຜູ້ອໍານວຍການໃຫຍ່, ອົງການສື່ສານອາວະກາດສາກົນ ອິນເຕີສະປຸດນິກ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມງານສັບປະດາດິຈິຕ໋ອນລາວ ປະຈຳປີ 2022.

ໃນໂອກາດດັ່ງກ່າວ, ທ່ານ ນາງ Ksenia Drozdova ໄດ້ສະເເດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທີ່ໃຫ້ກຽດຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໃຫ້ການຮ່ວມມືກັບອົງການດ້ວຍດີຕະຫຼອດມາ, ພ້ອມທັງໄດ້ລາຍງານຈຸດປະສົງຂອງການຢ້ຽມຢາມ ແລະ ການເຂົ້າຮ່ວມງານສັບປະດາດິຈິຕ໋ອນລາວ ປະຈຳປີ 2022 ຄັ້ງນີ້ ກໍ່ເພື່ອເສີມຂະຫຍາຍການຮ່ວມມື ລະຫວ່າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນນາມຜູ້ລົງນາມຂອງ ສປປ ລາວ ແລະ ອົງການສື່ສານອາວະກາດສາກົນ ອິນເຕີສະປຸດນິກ ທາງດ້ານການພັດທະນາວຽກງານອາວະກາດ ເວົ້າລວມ ເວົ້າສະເພາະ ກໍ່ຄືວຽກງານການສື່ສານຜ່ານດາວທຽມ ໃນການຫັນເປັນດິຈິຕ໋ອນ.

ໂອກາດດຽວກັນນັ້ນ, ທ່ານ ລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການເອົາໃຈໃສ່ຊຸກຍູ້ການຮ່ວມມື ລະຫວ່າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ອົງການສື່ສານອາວະກາດສາກົນ ອິນເຕີສະປຸດນິກ ໂດຍສະເພາະແມ່ນການເຄື່ອນໄຫວຢ້ຽມຢາມຂອງ ທ່ານ ນາງ Ksenia Drozdova, ຜູ້ອຳນວຍການໃຫຍ່ຂອງອົງການສື່ສານອາວະກາດສາກົນ ອິນເຕີສະປຸດນີກ  ຄັ້ງນີ້ ທີ່ມີຄວາມໝາຍຢ່າງຍິ່ງຕໍ່ກັບການຮ່ວມມືທາງດ້ານວຽກງານການສື່ສານຜ່ານດາວທຽມ ລະຫວ່າງ ສອງຝ່າຍ ແລະ ຫວັງວ່າຈະມີການຊຸກຍູ້ໃຫ້ມີການຮ່ວມມືຫຼາຍຂຶ້ນ ກ່ຽວກັບການພັດທະນາເຕັກໂນໂລຊີຂັ້ນສູງທາງດ້ານວຽກງານການສື່ສານຜ່ານດາວທຽມ ແລະ ການຫັນເປັນດິຈິຕ໋ອນ ລະຫວ່າງ ສປປ ລາວ ແລະ ອົງການ ເພື່ອໃຫ້ສາມາດເຊື່ອມໂຍງ, ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ.

ພາຍຫຼັງທີ່ເຂົ້າຢ້ຽມຍາມທ່ານ ລັດຖະມົນຕີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ Ksenia Drozdova ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຢ້ຽມຢາມ ບໍລິສັດດາວທຽມ ເອເຊຍ-ປາຊີຟິກ ຈໍາກັດ ເພື່ອພົບປະແລກ ປ່ຽນ, ຮ່ວມມື ແລະ ສົ່ງເສີມທາງດ້ານການຂະຫຍາຍການຕະຫຼາດຂອງດາວທຽມລາວ LAOSAT-1 ແລະ ການພັດທະນາເຕັກໂນໂລຊີຂັ້ນສູງທາງດ້ານການສື່ສານຜ່ານດາວທຽມຂອງ ສປປ ລາວ ໃນຕໍ່ໜ້າ ລະຫວ່າງ ອົງການສື່ສານອາວະກາດສາກົນ ອິນເຕີສະປຸດນິກ, ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ແລະ ບໍລິສັດ ຜູ້ໃຫ້ບໍລິການສື່ສານຜ່ານດາວທຽມ ພາຍໃນເຄືອຂ່າຍຂອງອົງການ ເພື່ອໃຫ້ສາມາດເຊື່ອມໂຍງ, ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ.

 

ພາບ + ຂ່າວ ໂດຍ: ທ່ານ ພຸດທະວັນ ນາຖາວົງ

 

ວາ​ລະ​ສານ ໄອ​ຊີ​ທີ
ແຈ້ງການ ເຖິງທຸກພາກສ່ວນ ກ່ຽວກັບການຂຶ້ນທະບຽນອຸປະກອນ C-band
ແຈ້ງການນໍາເຂົ້າ ແລະ ຈໍາໜ່າຍຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ
ແຈ້ງ​ການ​​ນຳ​ເຂົ້າ, ການຂຶ້ນທະບຽນນຳ​ໃຊ້ ອຸ​ປະ​ກອນ​ສື່​ສານ​ລະ​ບົບໂຟນີ
ແຈ້ງການ ຂຶ້ນທະບຽນການນໍາໃຊ້ຄື້ນຄວາມຖີ່ລະບົບການສື້່ສານ ຈຸດຕໍ່ຈຸດ (Microwave) ໃນ ສປປ ລາວ
ຮັບສະໝັກພະນັກງານ
ການ​ນຳ​ເຂົ້າ, ກວດກ​າ ແລະ ຢັ້ງ​ຢືນ ມາດ​ຕະ​ຖານ​ເຕັ​ກ​ນິກ ອຸ​ປະ​ກອນ​ໂທ​ລະ​ຄົມ​ມ​ະ​ນາ​ຄົມ ແລະ ICT
ແຈ້ງການ: ຂຶ້ນທະບຽນການນໍາໃຊ້ຄື້ນຄວາມຖີ່ ວິທະຍຸກະຈາຍສຽງ ລະບົບ Short Wave, AM, FM, ໂທລະພາບອານາລ໋ອກ (Analogue) ແລະ ໂທລະພາບ ດິຈິຕອນ (Digital)
ແຈ້ງການ: ການຄຸ້ມຄອງຄວາມປອດໄພດ້ານຄວາມແຮງທົ່ງແມ່ເຫຼັກໄຟຟ້າຂອງສະຖານີ ຮັບ-ສົ່ງ ສັນຍານໂທລະສັບເຄື່ອນທີ່