08/12/2022

ກົມຄື້ນຄວາມຖີ່ວິທະຍຸສື່ສານ (ກຄຖ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຝຶກອົບຮົມ ວຽກງານຄື້ນຄວາມຖີ່ວິທະຍຸສື່ສານ ແລະ ຄຸ້ມຄອງການສື່ສານຜ່ານດາວທຽມ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານຄື້ນຄວາມຖີ່ ກໍ່ຄືວຽກງານວິຊາສະເພາະດ້ານວິຊາການ ໃຫ້ແກ່ບັນດາ ພະແນກ ເຕັກໂນໂລຊີ ແລະ ການສື່ສານ 04 ແຂວງ ພາກໃຕ້ຄຶ: ແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ໃນລະຫ່ວາງວັນທີ 06-07 ທັນວາ 2022 ຜ່ານມານີ້, ທີ່ຫ້ອງປະຊຸມ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ຈໍາປາສັກ, ພາຍໃຕ້ການເປັນປະທານ ຂອງທ່ານ ປອ. ວິທະຍາ ໄຊວິສິດ ຮອງຫົວໜ້າກົມຄື້ນຄວາມຖີ່ວິທະຍຸສື່ສານ ຊຶ່ງມີຕ່າງໜ້າຈາກ ບັນດາ ຄະນະພະແນກ ແລະ ພະນັກງານວິຊາການ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານ 04 ແຂວງ ພາກໃຕ້, ເຂົ້າຮ່ວມລວມທັງໝົດ 50 ທ່ານ.
ຈຸດປະສົງການຝຶກອົບຮົມຄັ້ງນີ້ກໍ່ເພື່ອແນໃສ່ຍົກສູງຄວາມຮູ້ຄວາມສາມາດນໍາພາດ້ານການຄູ້ມຄອງວຽກງານຄື້ນຄວາມຖີ່ ວິທະຍຸສື່ສານ ແລະ ການສື່ສານຜ່ານດາວທຽມ ໃຫ້ກັບບັນດາ ພະແນກ ເຕັກໂນໂລຊີ ແລະ ການສື່ສານໃຫ້ບັນດາ 04 ແຂວງພາກໃຕ້ ໃຫ້ເຂົ້າໃຈ ແລະ ປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຖືກຕ້ອງກັບລະບຽບການ, ການຝຶກອົບຮົມປະກອບມີ 04 ຫົວຂໍ້ດັ່ງນີ້:
- ວຽກງານຈັດສັນ ແລະ ຄຸ້ມຄອງຄື້ນຄວາມຖີ່ເຊັ່ນ: ຄວາມຮູ້ພື້ນຖານ, ກົດໜາຍ ຄື້ນຄວາມຖີ່ວິທະຍຸສື່ສານ ແລະ ນິຕິກໍາລຸ່ມກົດໜາຍ ທີ່ນໍາໃຊ້ເຂົ້າໃນການຄຸ້ມຄອງ ຄື້ນຄວາມຖີ່ວິທະຍຸສື່ສານເປັນຕົ້ນ ແຜນຜັງແຫ່ງຊາດ ແລະ ແຜນຍຸດທະສາດ ກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ, ບັນດາຂໍ້ຕົກລົງທີ່ກ່ຽວຂ້ອງ ກັບວຽກງານຄື້ນຄວາມຖີ່, ປະເພດການສື່ສານ ດ້ານຄື້ນຄວາມຖີ່ວິທະຍຸສື່ສານ, ການປະສານງານຄື້ນຄວາມຖີ່ວິທະຍຸສື່ສານລຽບຕາມຊາຍແດນ, ການຄຸ້ມຄອງອຸປະກອນໂຟນີ, ການຄິດໄລ່ຄ່າທໍານຽມ ແລະ ຄ່າບໍລິການ ຂອງອຸປະກອນໂຟນີ;
- ວຽກງານກວດກາ ແລະ ຢັ້ງຢືນມາດຕະຖານເຕັກເຊັ່ນ: ການຢັ້ງຢືນມາດຕະຖານເຕັກນິກອຸປະກອນ ໂທລະຄົມມະນາຄົມ ແລະ ICT, ກາໝາຍມາດຕະຖານເຕັກນິກອຸປະກອນ ໂທລະຄົມມະນາຄົມ ແລະ ICT, ການກວດກາຄວາມແຮງຂອງທົ່ງໄຟຟ້າແມ່ເຫຼັກ EMF ຂອງສະຖານີຮັບສົ່ງສັນຍ່ານໂທລະສັບເຄື່ອນທີ່, ມາດຕະຖານເຕັກໂນໂລຊີການສື່ສານ 5G;
- ວຽກງານການກວດກາຄື້ນຄວາມຖີ່ວິທະຍຸສື່ສານ ເຊັ່ນ ສະພາບການແກ້ໄຂ້ບັນຫາສັນຍ່ານໂທລະຄົມ ແລະ ອິນເຕີເນັດຕ່າງປະເທດເຂົ້າມາ ສປປ ລາວ;
- ວຽກງານການຄຸ້ມຄອງການສື່ສານຜ່ານດາວທຽມເຊັ່ນ: ຄວາມຮູ້ພື້ນຖານກ່ຽວກັບລະບົບສື່ສານຜ່ານດາວທຽມ, ເຜີຍແຜ່ນິຕິກໍາກ່ຽວກັບ ການນໍາໃຊ້ສັນຍານດາວທຽມລາວ ແລະ ຄຸ້ມຄອງການນໍາເຂົ້າອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ.
ການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມມີຄວາມຮັບຮູ້ເຂົ້າໃຈ ແລະ ເຫັນດີິເປັນເອກະພາບຕໍ່ກັບບັນດາເອກະສານທີ່ນັກວິທະຍາກອນໄດ້ນໍາສະເໜີ. ພ້ອມນັ້ນ, ໄລຍະການດໍາເນີນຝຶກອົບຮົມບັນດານັກວີທະຍາກອນຍັງໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແນໃສ່ເພື່ອໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມໄດ້ຮັບຮູ້ ກວ້າງຂວາງຕື່ມອີກ ເພື່ອເປັນບ່ອນອີງໃຫ້ສາມາດນໍາໄປຈັດຕັ້ງປະຕິບັດ ຢູ່ພາຍໃນບັນດາພະແນກເຕັກໂນໂລຊີ ແລະ ການສື່ສານ ຂອງຕົນເອງໃຫ້ຖືກຕ້ອງ.
ຊຸດຝຶກອົບຮົມຄັ້ງນີ້ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ ແລະ ປິດລົງໃນວັນທີ 07 ທັນວາ 2022 ຜ່ານມາ.
ພາບ + ຂ່າວ ໂດຍ: ທ່ານ ນາງ ມາລີ ສີພອນ