ກວດກາຄື້ນຄວາມຖີ່ວິທະຍຸສື່ສານ ຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງ (ຊຽງຂວາງເກມ 2022)

23/12/2022

ກວດກາຄື້ນຄວາມຖີ່ວິທະຍຸສື່ສານ ຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງ (ຊຽງຂວາງເກມ 2022)

ພິທີເປີດ ແລະ ປິດງານ ມະຫະກໍາກິລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງເກມ 2022) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນວັນທີ 13 ທັນວາ 2022 ແລະ ຈົບລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 22 ທັນວາ 2022 ຢູ່ທີ່ສະໜາມກິລາໄຫຫີນ ບ້ານ ຄັງໜອງຫຼວງ ເມືອງ ແປກ ແຂວງ ຊຽງຂວາງ ໂດຍໃຫ້ກຽດເຂົ້າ​ຮ່ວມເປັນປະທານໃນງານຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ ແລະ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງ ຊຽງຂວາງ ປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ພ້ອມດ້ວຍບັນດາທ່ານການນໍາຈາກສູນກາງ ແລະ ທ້ອງຖິ່ນ ລວມເຖິງຄະນະນັກກິລາ ຈາກຫຼາຍພາກສ່ວນ.

ໃນນັ້ນ ພະແນກກວດກາຄື້ນຄວາມຖີ່ວິທະຍຸສື່ສານ (Radio Frequency Monitoring Division), ກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກໍ່ໄດ້ເຂົ້າຮ່ວມ ກວດກາຄື້ນຄວາມຖີ່ວິທະຍຸສື່ສານຮັບໃຊ້ຕະຫຼອດໄລຍະງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງ (ຊຽງຂວາງເກມ 2022) ເປັນເຈົ້າພາບ, ພະແນກກວດກາຄື້ນຄວາມຖີ່ວິທະຍຸສື່ສານ ໄດ້ນໍາໃຊ້ລົດກວດກາຄື້ນຄວາມຖີ່ວິທະຍຸສື່ສານ (Mobile Monitoring station) ແລະ ອຸປະກອນກວດກາສັນຍານແບບພົກພາ (Portable Equipment for Inspection) ຈໍານວນໜຶ່ງ ນໍາໃຊ້ເຂົ້າໃນການກວດກາ ແລະ ຕິດຕາມສັນຍານໂທລະສັບເຄື່ອນທີ່ ທີ່ໄດ້ຮັບອະນຸຍາດ ແລະ ບໍ່ໄດ້ຮັບອະນຸຍາດ ເພື່ອປ້ອງກັນຄວາມເປັນລະບຽບຮຽບຮ້ອຍ ແລະ ປ້ອງກັນຄວາມສະຫງົບ ໃນງານໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

 

ພາບ ແລະ ຂ່າວ ໂດຍ:ພະແນກກວດກາຄື້ນຄວາມຖີ່ວິທະຍຸສື່ສານ

 

ວາ​ລະ​ສານ ໄອ​ຊີ​ທີ
ແຈ້ງການ ເຖິງທຸກພາກສ່ວນ ກ່ຽວກັບການຂຶ້ນທະບຽນອຸປະກອນ C-band
ແຈ້ງການນໍາເຂົ້າ ແລະ ຈໍາໜ່າຍຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ
ແຈ້ງ​ການ​​ນຳ​ເຂົ້າ, ການຂຶ້ນທະບຽນນຳ​ໃຊ້ ອຸ​ປະ​ກອນ​ສື່​ສານ​ລະ​ບົບໂຟນີ
ແຈ້ງການ ຂຶ້ນທະບຽນການນໍາໃຊ້ຄື້ນຄວາມຖີ່ລະບົບການສື້່ສານ ຈຸດຕໍ່ຈຸດ (Microwave) ໃນ ສປປ ລາວ
ຮັບສະໝັກພະນັກງານ
ການ​ນຳ​ເຂົ້າ, ກວດກ​າ ແລະ ຢັ້ງ​ຢືນ ມາດ​ຕະ​ຖານ​ເຕັ​ກ​ນິກ ອຸ​ປະ​ກອນ​ໂທ​ລະ​ຄົມ​ມ​ະ​ນາ​ຄົມ ແລະ ICT
ແຈ້ງການ: ຂຶ້ນທະບຽນການນໍາໃຊ້ຄື້ນຄວາມຖີ່ ວິທະຍຸກະຈາຍສຽງ ລະບົບ Short Wave, AM, FM, ໂທລະພາບອານາລ໋ອກ (Analogue) ແລະ ໂທລະພາບ ດິຈິຕອນ (Digital)
ແຈ້ງການ: ການຄຸ້ມຄອງຄວາມປອດໄພດ້ານຄວາມແຮງທົ່ງແມ່ເຫຼັກໄຟຟ້າຂອງສະຖານີ ຮັບ-ສົ່ງ ສັນຍານໂທລະສັບເຄື່ອນທີ່