16/11/2022

ໃນວັນທີ 15 ພະຈິກ 2022 ທີ່ຜ່ານມານີ້, ທ່ານ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກກະຊວງ, ຫົວໜ້າກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຕາງໜ້າຜູ້ລົງນາມຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການ ການຈັດຕັ້ງປະຕິບັດວຽກງານ (Operations Committee) ຄັ້ງທີ 25 ຂອງອົງການສື່ສານອາວະກາດສາກົນ ອິນເຕີສະປຸດນິກ ທີ່ຈັດຂຶ້ນຜ່ານລະບົບກອງປະຊຸມທາງໄກ ໂດຍການເປັນປະທານຂອງທ່ານ ນາງ Ksenia Drozdova ຜູ້ອຳນວຍການໃຫຍ່ ແລະ ທ່ານ Evgeny Buydinov ປະທານຄະນະກຳມະການຈັດຕັ້ງປະຕິບັດວຽກງານຂອງອົງການ ຊຶ່ງມີິຜູ້ເຂົ້້າຮ່ວມຈາກອົງການສື່ສານອາວະກາດສາກົນ ອິນເຕີສະປຸດນິກ ແລະ ບັນດາປະເທດສະມາຊິກຂອງອົງການ ຄື: ລັດເຊຍ, ອາແຊກໄບຊານ, ເບລາຣູດຊີ, ບູນກາລີ, ເຢຍລະມັນ, ຮົງກາລີ, ອິນເດຍ, ສປປ ລາວ, ມົງໂກລີ, ນີກາຣາກວາ, ອຸດສະເບກິດສະຖານ, ສາທາລະນະລັດເຊັກ ແລະ ສສ. ຫວຽດນາມ.
ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອຮັບຮອງເອົາບົດລາຍງານຂອງຜູ້ອຳນວຍການໃຫຍ່ຂອງອົງການສື່ສານອາວະກາດສາກົນ ອິນເຕີສະປຸດນິກກ່ຽວກັບການຈັດຕັ້ງ ແລະ ການເຄືອນໄຫວຂອງອົງການໃນ ປີ 2022 ທີ່ຜ່ານມາ (Approval of the report of the Director General on the activity of the Organization), ການຮັບຮອງເອົາໂຄງການຄົ້ນຫາຄູ່ຮ່ວມມືທີ່ມີຄວາມສົນໃຈໃນການປະຕິບັດໂຄງການສື່ສານອາວະກາດ (Approval of the Programme of Searching for Potential Partners Interested in Carrying out Space Communications Projects) ແລະ ການຮັບຮອງເອົາແຜນການເງິນ ປະຈຳປີ 2023 (Approval of the Finance Plan for 2023).
ກອງປະຊຸມ ຄັ້ງທີ່ 25 ນີ້ ໄດ້ສຸມໃສ່ການຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາຂອງອົງການສື່ສານອາວະກາດສາກົນ ອິນເຕີສະປຸດນິກ (2022-2026) ໂດຍເນັ້ນເຖິງການຂະຫຍາຍພື້ນທີ່ທາງພູມສາດ, ການເພີ່ມທະວີຄວາມຍຶນຍົງຂອງກິດຈະການທາງການຄ້າ, ຄວາມໝັ້ນຄົງທາງດ້ານການເງິນ ແລະ ການສ້າງແຫຼ່ງລາຍຮັບຂອງອົງການ ເພື່ອເພີ່ມທະວີພິເສດຕໍ່ການພັດທະນາສາຍພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງຜຸ້ລົງນາມຂອງອົງການສື່ສານອາວະກາດສາກົນ ອິນເຕີສະປຸດນິກ ແລະ ບັນດາບໍລິສັດເຄື່ອຂ່າຍໃນການຈັດຕັ້ງປະຕິບັດໂຄງການດາວທຽມໃນຕະຫຼາດພາກພື້ນ ແລະ ສາກົນ.
ຂ່າວໂດຍ: ພະແນກຄຸ້ມຄອງການສື່ສານຜ່ານດາວທຽມ