ການຝຶກອົບຮົມຜ່ານລະບົບທາງໄກກ່ຽວກັບວຽກງານຄື້ນຄວາມຖີ່ວິທະຍຸສື່ສານ ປະຈໍາປີ 2022 ຮ່ວມກັບ ອົງການຄື້ນຄວາມຖີ່, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ສສ ຫວຽດນາມ.

27/09/2022

ການຝຶກອົບຮົມຜ່ານລະບົບທາງໄກກ່ຽວກັບວຽກງານຄື້ນຄວາມຖີ່ວິທະຍຸສື່ສານ ປະຈໍາປີ 2022 ຮ່ວມກັບ ອົງການຄື້ນຄວາມຖີ່, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ສສ ຫວຽດນາມ.

     ໃນວັນທີ 27 ກັນຍາ ​ເວ​ລາ 09:00ໂມງ, ກົມຄື້ນຄວາມຖີ່​ວິທະຍຸສື່ສານ ໄດ້ຈັດຝຶກອົບຮົມຜ່ານລະບົບທາງໄກຮ່ວມກັບອົງການ​ຄື້ນຄວາມ​ຖີ່, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ສສ ຫວຽດນາມ ໃນການຝຶກອົບຮົມຄັ້ງນີ້ໃຫ້ກຽດເຂົ້າຮ່ວມເປັນປະທານເປີດການຝຶກອົບຮົມໂດຍທ່ານ Le Van Tuan  ຫົວໜ້າອົງການ ​ຄື້ນຄວາມ​ຖີ່, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ສສ ຫວຽດນາມ ແລະ  ທ່ານ ໄຊລືຊາ ອິນສີຊຽງໃໝ່ ຫົວໜ້າກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງ ຕສ ພ້ອມດ້ວຍຄະນະ ແລະ ຄະນະພະແນກ, ວິຊາການເຊິ່ງມີຜູ້ເຂົ້້າຮ່ວມຝຶກອົມຮົບທັງໝົດ 15 ທ່ານ, ຈາກບໍລິສັດດາວທຽມລາວເອເຊຍ -ປາຊີຟິກ ຈຳກັດ ຈຳນວນ 02 ທ່ານ. ການຝຶກອົບຮົມຄັ້ງນີ້ ຈັດຂຶ້ນໃນລະຫວ່າງວັນທີ 27 -30 ກັນຍາ 2022 ເປັນເວລາ 04 ວັນ.

       ຫົວຂໍ້ການ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້​ເປັນວຽກງານໜຶ່ງທີ່ມີຄວາມໝາຍຄວາມສຳຄັນຫຼາຍຕໍ່​ກັບການ​ພັດທະນາ​ວຽກງານ​ການສື່ສານ​ຜ່ານ​ດາວ​ທຽມຂອງ ສປປ ລາວ ແລະ ເພື່ອໃຫ້ພະນັກງານກົມຄື້ນຄວາມຖີ່ວິທະຍຸສື່ສານມີ​ຄວາມເຂົ້າໃນວຽກງານການສື່ສານຜ່ານດາວທຽມເປັນຕົ້ນຮຽນຮູ້ການຄົ້ນຫາຂໍ້ມູນດາວທຽມໃນເວັບໄຊທ໌ຂອງ ITU, ພື້ນຖານການນຳໃຊ້ ໂປຣແກຣມ ITU ກ່ຽວກັບວຽກງານອາວະກາດ ເຊັ່ນ: SpaceCap, GIMS, ຮຽນຮູ້ໂຄງສ້າງເອກະສານຂອງຂໍ້ມູນດາວທຽມ (filing), ພື້ນຖານການຄິດໄລ່ຄ່າສຳຄັນຕ່າງໆຂອງດາວທຽມ ເຊັ່ນ: PSD, EIRP, Gain ເປັນຕົ້ນ ໃນການສ້າງ filing ແລະ ການອອກແບບລະບົບເຄືອຂ່າຍດາວທຽມສຳລັບການສະ ເໜີຂໍ filing   ໃໝ່ ເພື່ອຢື່ນຕໍ່ອົງການ ITU ​ ​ຕາມ​ລະບຽບຄື້ນຄວາມ​ຖີ່​ວິທະຍຸ​ສື່ສານ​ສາກົນ (RR).

 

ຂ່າວໂດຍ: ວິໄລຈິດ ພັນລັດດີ

 

ວາ​ລະ​ສານ ໄອ​ຊີ​ທີ
ແຈ້ງການ ເຖິງທຸກພາກສ່ວນ ກ່ຽວກັບການຂຶ້ນທະບຽນອຸປະກອນ C-band
ແຈ້ງການນໍາເຂົ້າ ແລະ ຈໍາໜ່າຍຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ
ແຈ້ງ​ການ​​ນຳ​ເຂົ້າ, ການຂຶ້ນທະບຽນນຳ​ໃຊ້ ອຸ​ປະ​ກອນ​ສື່​ສານ​ລະ​ບົບໂຟນີ
ແຈ້ງການ ຂຶ້ນທະບຽນການນໍາໃຊ້ຄື້ນຄວາມຖີ່ລະບົບການສື້່ສານ ຈຸດຕໍ່ຈຸດ (Microwave) ໃນ ສປປ ລາວ
ຮັບສະໝັກພະນັກງານ
ການ​ນຳ​ເຂົ້າ, ກວດກ​າ ແລະ ຢັ້ງ​ຢືນ ມາດ​ຕະ​ຖານ​ເຕັ​ກ​ນິກ ອຸ​ປະ​ກອນ​ໂທ​ລະ​ຄົມ​ມ​ະ​ນາ​ຄົມ ແລະ ICT
ແຈ້ງການ: ຂຶ້ນທະບຽນການນໍາໃຊ້ຄື້ນຄວາມຖີ່ ວິທະຍຸກະຈາຍສຽງ ລະບົບ Short Wave, AM, FM, ໂທລະພາບອານາລ໋ອກ (Analogue) ແລະ ໂທລະພາບ ດິຈິຕອນ (Digital)
ແຈ້ງການ: ການຄຸ້ມຄອງຄວາມປອດໄພດ້ານຄວາມແຮງທົ່ງແມ່ເຫຼັກໄຟຟ້າຂອງສະຖານີ ຮັບ-ສົ່ງ ສັນຍານໂທລະສັບເຄື່ອນທີ່