ກອງປະຊຸມເຜີຍແຜ່ເອກະສານ ແລະ ການຈັດຕັ້ງປະຕິບັດປະເມີນ ຂໍ້ແຂ່ງຂັນ 05 ເປັນເຈົ້າປະຈຳປີ 2022 ຂອງຮາກຖານກຳມະບານກົມຄື້ນຄວາມຖີ່ວິທະຍຸສື່ສານ.

26/09/2022

ກອງປະຊຸມເຜີຍແຜ່ເອກະສານ ແລະ ການຈັດຕັ້ງປະຕິບັດປະເມີນ ຂໍ້ແຂ່ງຂັນ 05 ເປັນເຈົ້າປະຈຳປີ 2022 ຂອງຮາກຖານກຳມະບານກົມຄື້ນຄວາມຖີ່ວິທະຍຸສື່ສານ.

     

     ໃນວັນທີ 26 ກັນຍາ 2022 ​ເວ​ລາ 08:30ໂມງ, ຮາກຖານກຳມະບານກົມຄື້ນຄວາມຖີ່​ວິທະຍຸສື່ສານ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ ແລະ ​ການຈັດ​ຕັ້ງ​ປະ​ຕິ​ບັດປະເມີນ​ ຂໍ້ແຂ່ງຂັນ 05 ເປັນເຈົ້າປະຈຳປີ 2022 ແລະ ແຜນຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023, ຂຶ້ນທີ່​ກົມ​ຄື້ນ​ຄວາມ​ຖີ່​ວິ​ທະ​ຍຸ​ສື່​ສານ, ໂດຍການ ເປັນປະທານຮ່ວມ ຂອງ ສະຫາຍ ໄຊ​ລື​ຊາ ອິນ​ສີ​ຊຽງ​ໃໝ່ ຄະນະ​ປະ​ຈຳພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ເລຂາໜວ່ຍພັກກົມ​ຄື້ນ​ຄວາມ​ຖີ່​ວິ​ທະ​ຍຸ​ສື່​ສານ​ ແລະ ສະ​ຫາຍ ປອ​. ວິ​ທະ​ຍາ ໄຊວິດ​ສິ​ດ ຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງ ຕສ, ​ ປະທານຮາກຖານກຳມະບານກົມຄື້ນຄວາມຖີ່​ວິທະຍຸສື່ສານ. ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ ລວມ​ທັງ​ໝົດ ຈຳນວນ 28 ສະຫາຍ.

 

 

      ສະ​ຫາຍ ປອ​. ວິ​ທະ​ຍາ ໄຊວິດ​ສິ​ດ ຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງ ຕສ, ​ ປະທານຮາກຖານກຳມະບານກົມຄື້ນຄວາມຖີ່​ວິທະຍຸສື່ສານ ໄດ້ຂຶ້ນກ່​າວ​ເປີດ​ພິ​ທີ ​ການຈັດ​ຕັ້ງ​ປະ​ຕິ​ບັດປະເມີນ​ ຂໍ້ແຂ່ງຂັນ 05 ເປັນເຈົ້າປະຈຳປີ 2022 ຂອງຮາກຖານກຳມະບານ ກົມຄື້ນຄວາມຖີ່​ວິທະຍຸສື່ສານ ແລະ ໄດ້​ກ່າວ​ວ່າການຈັດ​ຕັ້ງ​ປະ​ຕິ​ບັດປະເມີນ​ ຂໍ້ແຂ່ງຂັນ 05 ເປັນເຈົ້າປະຈຳປີ 2022​ ແມ່ນໄດ້ກ້າວເຂົ້າປີທີ 2 ໃນການຮ່ວມຂໍ້ແຂ່ງຂັນ ເຊິ່ງໃນປີທີ່ຜ່ານມາ ຖາກຮາກແມ່ນສາມາດຍາດມາໄດ້ໃບຢັ້ງຢືນໜ່ວຍກໍາມະບານ 05 ເປັນເຈົ້າ ປະຈໍາປີ 2021. ໂດຍອີງໃສ່ແຜນລະອຽດ ແລະ ຄາດໝາຍສູ້ຊົນ 05 ເປັນເຈົ້າ ຂອງຮາກຖານ ແລະ ເພື່ອເປັນການຮັກສາມມູນເຊົ້ອ, ໃຫ້ສາມາດຍາດມາໄດ້ໃບຢັ້ງຢືນ ຮາກຖານກໍາມະບານ 05 ເປັນເຈົ້າ ເປັນປີທີ 2 ເພື່ອໃຫ້ສໍາເລັດຜົນເປັນຢ່າງດີ, ກໍ່ຄືຮັບປະກັນໄດ້ຄວາມມີສະຕິຕື່ນຕົວ, ເປັນເຈົ້າການໃນການພັດທະນາຕົນເອງຢ່າງຮອບດ້ານ ແລະ ຕັ້ງໜ້າເຂົ້າຮ່ວມຈັດຕັ້ງປະຕິບັດແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ໂດຍຜ່ານຂະບວນການແຂ່ງຂັນ 05 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ, ​ຂໍຮຽກຮ້ອງມາຍັງບັນດາສະຫາຍຄະນະຈຸ, ສະມາຊິກກໍາມະບານແຕ່ລະສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ບັນລຸຜົນສໍາເລັດຕາມທິດທາງແຜນການທີ່ວາງໄວ້.

      ຫຼັງ​ຈາກນັ້ນ, ສະ​ຫາຍ ເພັດ​ສາ​ຄອນ ​ພອຍ​ດາ​ລິດ ພອຍ​ດາ​ລິດ ຮອງ​ປະ​ທານ​ຮາກ​ຖານກໍ​າມະບານ ກ​ຄ​ຖ ກໍ​ໄດ້​ຂຶ້ນ​ຜ່ານ​ບົດ​ແນ​ະ​ນຳ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຂໍ້ແຂ່ງຂັນ 05 ເປັນເຈົ້າ ຂ​ອງ​ສະ​ຫ​ະ​ພັນ​ກຳ​ມະ​ບານ​ລາວ, ແນ​ະນຳ​ງື່ອນ​ໄຂ ແລະ ວິ​ທີ​ການ​ປະ​​ເ​ມີນ​ໃຫ້​ຄະແ​ນນ​ສະ​ມາ​ຊິກ​ກຳ​ມະ​ບານ.

 

 

      ສະຫາຍ ໄຊ​ລື​ຊາ ອິນ​ສີ​ຊຽງ​ໃໝ່ ຄະນະ​ປະ​ຈຳພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ເລຂາໜວ່ຍພັກກົມ​ຄື້ນ​ຄວາມ​ຖີ່​ວິ​ທະ​ຍຸ​ສື່​ສານ​ກໍ່​ໄດ້ປະກອບຄຳຄິດຄຳເຫັນ ແລະ ໂອ້ລົມໃຫ້ທິດຊີ້ນຳ ຕໍ່​ກັບການເຄື່ອນໄຫວວຽກງານ ຂອງຮາກ​ຖານກໍ​າມະບານ ກ​ຄ​ຖ ປະ​ຈຳປີ 2022 ແລະ ແຜນຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ ປີ 2023, ໂດຍ​ໄດ້​ໃຫ້​ຄຳ​ຍ້ອງ​ຍໍ​ຊົມ​ເຊີຍ ຜົນ​ສຳ​ເລັດ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານຂອງ ຮາກ​ຖານກຳ​ມະ​ບານ​ ກ​ຄ​ຖ ໃນປີຜ່ານມາຂອງໜ່ວຍກໍາມະບານກົມຄື້ນຄວາມຖີ່ວິທະຍຸສື່ສານ ທີ່ໄດ້ຮັບໃບຢັ້ງຢືນໜ່ວຍກຳມະບານ  05 ເປັນເຈົ້່າ ປະຈໍາປີ 2021 ​ແລະ ​ສະ​ຫາຍ​ໄດ້​ກ່າວ​ວ່າ ອົງການຈັດຕັ້ງກໍາມະບານ ຂອງຮາກ​ຖານກົມຄື້ນຄວາມຖີ່​ວິ​ທະ​ຍຸ​ສື​ສານ ຍາມໃດກໍ່ຕິດພັນ ແໜ້ນແຟ້ນກັບ 2 ໜ້າທີ່ຍຸດທະສາດຂອງຊາດ, ເປັນກົງຈັກເຄື່ອນໄຫວວຽກງານຕາມທິດທາງຂອງພັກ ແລະ ກົນໄກຂອງລັດຄຽງຄູ່ໄປກັບການປະຕິບັດໜ້າທີ່ເປັນເສນາທິການ ໃຫ້ຄະນະພັກຂັ້ນຂອງຕົນ, ດຳລົງບົດບາດແຫ່ງການເປັນຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດ ອັນຊອບທຳ ຂອງກໍາມະກອນ-​ຊາວ​ຜູ້​ອອກ​ແຮງ​ງານລາວບັນດາເຜົ່າ, ພ້ອມທັງເປັນເຈົ້າການເຕົ້າໂຮມຄວາມສາມັກຄີ ແລະ ເປັນເຈົ້າການໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ຍຸດທະສາດຂອງ ພັກ-ລັດ ໄດ້ເປັນຢ່າງດີ ຄຽງຄູ່ກັນນັ້ນບັນດາສະຫາຍ ໄດ້ມີຄວາມພະຍາຍາມໃນການຫັນເອົານະໂຍບາຍຂອງພັກ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ໃຫ້ກາຍມາເປັນແຜນງານ ໃນການເຄື່ອນໄຫວ ແລະ ພັດທະນາລະດັບຂີດຄວາມສາມາດວຽກງານຂອງຕົນໄດ້ເປັນຢ່າງດີ.

     ນອກ​ຈາກນັ້ນ​ສະ​ຫ​າຍ​ຍັງ​ຮຽກຮ້ອງມາຍັງບັນດາສະຫາຍສະມາຊິກກໍາມະບານທຸກສະຫາຍ ຈົ່ງເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນ ພາຍໃຕ້ການນຳພາຂອງພັກ, ເຊີດຊູຄວາມຮັບຜິດຊອບໃນໜ້າທີ່ການເມືອງຂອງຕົນ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ປະກອບສ່ວນຢ່າງສົມກຽດຂອງຕົນເຂົ້າໃນການຈັດຕັ້ງປະຕິບັດຈຸດມຸ່ງໝາຍເຮັດໃຫ້ປະຊາຊົນລາວບັນດາເຜົ່າຮັ່ງມີຜາສຸກ ປະເທດຊາດມີຄວາມເຂັ້ມແຂງ, ສັງຄົມ ມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ ຢ່າງແທ້ຈິງ.

 

 

      ຫຼັງ​ຈາກນັ້ນ, ຄະນະຮັບຜິດຊອບພິທີ ກໍ່​ໄດ້​ຂຶ້ນຮັບເອົາ​ຄຳ​ວາດຈາກສະຫາຍ ໄຊລືຊາ ອິນສີຊຽງໃໝ່ ຄະນະພັກປະຈໍາພັກກະຊວງ, ເລຂາໝ່ວຍພັກກົມຄື້ນຄວາມຖີ່ວິທະຍຸສື່ສານ ແລະ ໄດ້​ໃຫ້​ຄຳ​ປະ​ຕິ​ຍານວ່າຈະເພີ່ມທະວີຄວາມສາມັກຄີ  ແລະ ຄວາມເປັນເອກະພາບໃນໝູ່ຄະນະໃຫ້ໜັກແໜ້ນ ແລະ ເຂັ້ມແຂງ ເພື່ອຮ່ວມກັນປົກປັກຮັກສາໝາກຜົນຂອງການປະຕິວັດ, ຈະພ້ອມກັນບຸກບືນ ສູ້ຊົນ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ສໍາເລັດຜົນເປັນຢ່າງດີ, ຈະຕັ້ງໜ້າເສີມສ້າງ ແລະ ເຄືີ່ອນໄຫວວຽກງານຂະບວນການໃນຂົງເຂດວຽກງານວິຊາສະເພາະຂອງຕົນ ເພື່ອຍູ້ແຮງວຽກງານຂະບວນການຂໍໍ້ແຂ່ງຂັນ 05 ເປັນເຈົ້າຂອງ ສະຫະພັນກຳມະບານລາວ ວາງອອກໃຫ້ປະກົດຜົນເປັນຈິງ, ຈະສຸມ ທຸກສະຕິປັນຍາ, ຄວາມຮູ້, ຄວາມສາມາດ, ບົດຮຽນ ແລະ ປະສົບການຕົວຈິງ ເພືີ່ອຈັດຕັ້ງປະຕິບັດເນື້ອໃນຈິດໃຈ ຂະບວນການແຂ່ງຂັນ 5ເປັນເຈົ້າໃຫ້ໄດ້ຮັບຜົນສໍາເລັດ, ພ້ອມ​ກັນວ່າ​ຈະ​ນຳ​ເອົາ​ຄຳ​ເຫັນ ແລະ ທິດ​ຊີ້​ນຳໂອ້ລົມ ເພື່ອ​ໄປ​ຜັນ​ຂະ​ຫຍາຍການເຄື່ອນໄຫວວຽກງານ ກຳມະບານຂອງ ຮາກຖານ ໃນການ​ຈັດ​ຕັ້ງ​ປະ​ຕິ​ບັດ ຂະ​ບວນ​ການແຂ່ງ​ຂັ້ນ 05 ເປັນ​ເຈົ້າ ​ໃນ​ປີ​ຕໍ່​ໜ້າ ແລະ ຈັດຕັ້ງປະຕິບັດວຽກງານແຜນ ປີ 2023  ຂອງ ​ຮາກ​ຖານກຳ​ມະ​ບານກົມຄື້ນຄວາມຖີ່​ວິທະຍຸສື່ສານ.

 

ກອງ​ປະ​ຊຸມ​ໄດ້​ປິດ​ລົງ ໃນ​ເວ​ລາ 12:00 ໂມງ ຂອງ​​ວັນດຽວ​ກັນ.

ຂ່າວ​ໂດຍ: ວິ​ໄລ​ຈິດ ພັນ​ລັດ​ດີ.

 

ວາ​ລະ​ສານ ໄອ​ຊີ​ທີ
ແຈ້ງການ ເຖິງທຸກພາກສ່ວນ ກ່ຽວກັບການຂຶ້ນທະບຽນອຸປະກອນ C-band
ແຈ້ງການນໍາເຂົ້າ ແລະ ຈໍາໜ່າຍຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ
ແຈ້ງ​ການ​​ນຳ​ເຂົ້າ, ການຂຶ້ນທະບຽນນຳ​ໃຊ້ ອຸ​ປະ​ກອນ​ສື່​ສານ​ລະ​ບົບໂຟນີ
ແຈ້ງການ ຂຶ້ນທະບຽນການນໍາໃຊ້ຄື້ນຄວາມຖີ່ລະບົບການສື້່ສານ ຈຸດຕໍ່ຈຸດ (Microwave) ໃນ ສປປ ລາວ
ຮັບສະໝັກພະນັກງານ
ການ​ນຳ​ເຂົ້າ, ກວດກ​າ ແລະ ຢັ້ງ​ຢືນ ມາດ​ຕະ​ຖານ​ເຕັ​ກ​ນິກ ອຸ​ປະ​ກອນ​ໂທ​ລະ​ຄົມ​ມ​ະ​ນາ​ຄົມ ແລະ ICT
ແຈ້ງການ: ຂຶ້ນທະບຽນການນໍາໃຊ້ຄື້ນຄວາມຖີ່ ວິທະຍຸກະຈາຍສຽງ ລະບົບ Short Wave, AM, FM, ໂທລະພາບອານາລ໋ອກ (Analogue) ແລະ ໂທລະພາບ ດິຈິຕອນ (Digital)
ແຈ້ງການ: ການຄຸ້ມຄອງຄວາມປອດໄພດ້ານຄວາມແຮງທົ່ງແມ່ເຫຼັກໄຟຟ້າຂອງສະຖານີ ຮັບ-ສົ່ງ ສັນຍານໂທລະສັບເຄື່ອນທີ່